ບ່ອນຂາຍປີ້ທາງລົດໄຟລາວ-ຈີນແຫ່ງໃໝ່ຕັ້ງຢູ່ອາຄານສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ

ບ່ອນຂາຍປີ້ທາງລົດໄຟລາວ-ຈີນແຫ່ງໃໝ່ຕັ້ງຢູ່ອາຄານສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັ

ເພື່ອເຮັດໃຫ້ຊ່ອງທາງຂາຍປີ້ດີຂຶ້ນຕື່ມອີກ ແລະ ເຮັດໃຫ້ວຽກງານຂົນສົ່ງຜູ້ໂດຍສານທາງລົດໄຟລາວ-ຈີນສະດວກສະບາຍ, ບໍລິສັດທາງລົດໄຟລາວ-ຈີນຈຳກັດໄດ້ກຳນົດບ່ອນຂາຍປີ້ລົດໄຟລາວ-ຈີນແຫ່ງທຳອິດຢູ່ນະຄອນຫຼວງວຽງຈັນ

ເພື່ອຂາຍປີ້ລົດໄຟເພື່ອ ສ້າງຄວາມສະດວກໃຫ້ແກ່ຜູ້ໂດຍສານ.ຂ່າວແຈ້ງວ່າ, ບ່ອນຂາຍປີ້ລົດໄຟແຫ່ງໃໝ່ຕັ້ງຢູ່ຊັ້ນໜຶ່ງຂອງອາຄານສູນການຄ້າວຽງຈັນເຊັນເຕີ, ຂາຍປີ້ລົດໄຟ 3 ວັນລ່ວງໜ້າ

ມີແຜນຈະຂາຍປີ້ລົດໄຟຈາກວຽງຈັນຫາບໍ່ເຕັນ, ເມືອງໄຊ ແລະ ຫຼວງພະບາງ. ເວລາຂາຍປີ້ໃນເບື້ອງຕົ້ນຈະເລີ່ມແຕ່ 10:00 ໂມງ ຫາ 15:30 ໂມງ.ສ່ວນວິທີຊື້ປີ້ສາມາດຈ່າຍຜ່ານບັດທະນາຄານ ຫຼື ສະແກນ QR code, ໃນເບື້ອງຕົ້ນຂອງການຊື້ປີ້ຍັງບໍ່ຮັບເງິນສົດ.

Cr: CRI

Leave a Reply

Your email address will not be published. Required fields are marked *

Back to top button