ປະກາດ ປິດນະຄອນປາກເຊ ເລີ່ມ14 ​ເຖິງ 20 ສິງຫາ ປ້ອງກັນພະຍາດໂຄວິດ-19 ຫຼັງພົບການລະບາດໃນຊຸມຊົນ

ເນື່ອງຈາກນະຄອນປາກເຊ ມີຜູ້ຕິດເຊື້ອພະຍາດ COVID- 19 ຢູ່ໃນຊຸມຊົນ ນັບແຕ່ວັນທີ 22 ກໍລະກົດ 2021 ເປັນຕົ້ນມາ, ຜູ້ຕິດເຊື້ອຈໍານວນຫນຶ່ງໄດ້ເຄື່ອນໄຫວໄປຫຼາຍສະຖານທີ່ເປັນຕົ້ນ: ຕະຫຼາດ, ຮ້ານຂາຍເຄື່ອງອຸປະໂພກ-ບໍລິໂພກ, ຮ້ານອາຫານ, ໂຮງແຮມ, ສໍານັກງານອົງການ, ບ້ານ ແລະ ສະຖານທີ່ອື່ນໆ. ຕໍ່ສະພາບການດັ່ງກ່າວ ຄະນະສະເພາະກິດຂັ້ນແຂວງ ແລະ ຂັ້ນນະຄອນ ໄດ້ປະເມີນເຫັນວ່າ ມີຄວາມເປັນໄປໄດ້ສູງ ທີ່ຈະເກີດມີການແຜ່ລະບາດຂອງພະຍາດດັ່ງກ່າວອອກສູ່ຊຸມຊົນເປັນວົງກວ້າງ. ສະນັ້ນ, ຈຶ່ງມີຄວາມຈໍາເປັນຕ້ອງໄດ້ປະຕິບັດມາດຕະການ ປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດຂອງ ພະຍາດ COVID- 19 ຢ່າງເຂັ້ມງວດ. ເຈົ້ານະຄອນ ປາກເຊ ອອກຄໍາສັ່ງ:

1.ເຫັນດີປີດ (Lock down) ນະຄອນປາກເຊ ນັບແຕ່ເວລາ 21 ໂມງ 00 ນາທີຂອງວັນທີ 14 ສິງຫາ ເຖິງ ເວລາ 06 ໂມງ 00 ນາທີ ຂອງວັນທີ 20 ສິງຫາ 2021 ແລະ ໃຫ້ທຸກພາກສ່ວນເອົາໃຈໃສ່ສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ຄໍາສັ່ງ ສະບັບເລກທີ 15/ນຍ ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວິມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບ ດ້ານ ຕ້ານພະຍາດໂຄວິດ-19 ແລະ ຄໍາສັ່ງຂອງທ່ານເຈົ້າແຂວງໆ ຈໍາປາສັກ ສະບັບເລກທີ 11/ຈຂ.ຈສ, ລົງວັນທີ 6 ສິງຫາ 2021,


2. ຫ້າມບໍ່ໃຫ້ມີການສັນຈອນໄປມາ ພາຍໃນນະຈອນປາກເຊ ຫຼັງຈາກເວລາ 21:00 ໂມງແລງ ຂອງແຕ່ລະວັນ-ໄປຈົນເຖິງເວລາ 05:00 ໂມງເຊົ້າ ຂອງວັນຖັດໄປ, ຍົກເວັ້ນໄດ້ຮັບອະນຸຍາດຈາກຄະນະ ສະເພາະກິດຂັ້ນແຂວງ ຫຼື ນະຄອນ ຢ່າງເປັນລາຍລັກອັກສອນ.

3. ຫ້າມຄົນຢູ່ໃນນະຄອນປາກເຊ ເດີນທາງໄປຕ່າງເມືອງ, ຕ່າງແຂວງ; ຫ້າມຄົນຕ່າງແຂວງ, ຕ່າງ ເມືອງ ເດີນທາງເຂົ້າມານະຄອນປາກເຊ, ຍົກເວັ້ນຜູ້ທີ່ມີພູມລໍາເນົາ, ເຮັດວຽກປະຈໍາຢູ່ ນະຄອນປາກເຊ ແລະ ຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ, ຂັ້ນທ້ອງຖິ່ນ;


ໃຫ້ໂຈະການບໍລິການຂົນສົ່ງໂດຍສານ ຈາກຕ່າງແຂວງ ແລະ ເມືອງ ເຂົ້າມາ ນະຄອນປາກເຊ; ສ່ວນການຂົນສົ່ງສິນຄ້າແມ່ນໃຫ້ສາມາດຈັດຕັ້ງຕາມປົກກະຕິ ໂດຍໃຫ້ປະຕິບັດຕາມມາດຕະການປ້ອງກັນ ແລະຄວບຄຸມ ທີ່ຄະນະສະເພາະກິດຂັ້ນສູງກາງ ແລະ ຂັ້ນແຂວງວາງອອກ;
ສໍາລັບຜູ້ທີ່ມີຄວາມຈໍາເປັນ ເຊັ່ນ: ການເຈັບເປັນ, ການເສຍຊີວິດ ແລະ ການປະຊຸມທາງ ລັດຖະການ ທີ່ຈະເດີນທາງໄປປະຕິບັດຫນ້າທີ່ຢູ່ຕ່າງແຂວງ, ຕ່າງເມືອງ ແມ່ນໃຫ້ຂໍຫນັງສືອະນຸຍາດເດີນ ທາງນໍາຄະນະສະເພາະກິດຂັ້ນແຂວງ, ຂັ້ນເມືອງ-ນະຄອນ ຈຶ່ງສາມາດເດີນທາງໄດ້;

ລາຍລະອຽດຕາມແຈ້ງການເລກທີ003/ຈນຄ.ປຊ ລົງວັນທີ13 ສິງຫາ 2021

.

.

.

Leave a Reply

Your email address will not be published. Required fields are marked *

Back to top button