ເຫດລົດຈັກຕຳກັນ ມີຜູ້ບາດເຈັບ 2 ຄົນ

ເຫດລົດຈັກຕຳກັນ..​ໃນວັນທີ 10 / 12 / 2021 ເວລາ 16:10 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີລົດຈັກຕຳກັນ ສະຖານທີ່ແມ່ນບ້ານ ລ້ອງປໍ ເມືອງໄຊຍະບູລີ ແຂວງໄຊຍະບູລີ

ທີມກູ້ຊີບ-ກູ້ໄພໄຊຍະບູລີ 1624 ໄດ້ອອກກວດສອບເຫດພົບຄົນເຈັບ 02 ຄົນ.

+ ຜູ້ທີ 1 ເພດຊາຍ ອາຍຸ 36 ປີ ອາການເບື້ອງຕົ້ນແມ່ນ ຖືກກະທົບຫນ້າແຂ່ງເບື້ອງຊ້າຍ ແລະ ແຂນເບື້ອງຊ້າຍມີແຜຈີກ

+ ຜູ້ທີ 2 ເພດຍີງ ອາຍຸ 5 ປີ ອາການເບື້ອງຕົ້ນ ມີແຜຖະຫລອກຢູ່ໃບຫນ້າ ທາງໜ່ວຍກູ້ໄພ ໄດ້ປະຖົມພະຍາບານເບື້ອງຕົ້ນນຳສົ່ງໂຮງໝໍ ແຂວງ ໄຊຍະບູລີ

..

..

ທ່ານໃດທີ່ຢາກປະກອບສ່ວນອຸປະຖຳຫຼືບໍລິຈາກເຄື່ອງໃຫ້ທາງມູນນິທິຂອງພວກເຮົາເຊັ່ນ: ປັດໃຈ,ເຄື່ອງມືປະຖົມພະຍານບານ,ເຂົ້າສານອາຫານແຫ້ງ,ນ້ຳມັນລົດເພື້ອໃຊ້ອອກເຫດ,ຊຸດກູ້ໄພ,ນ້ຳດື່ມ,ປາກະປ໋ອງ,ຜ້າອັດປາກ

ທ່ານສາມາດມາບໍລິຈາກຜ່ານເລກບັນຊີທະນາຄານການຄ້າຕ່າງປະເທດລາວເລກບັນຊີ: 120-11-000-1733261-001ຊື່ບັນຊີ: SAYABOURY VICTIM AID FOUNDATION

ຫ້ອງການຕັ້ງຢູ່ບ້ານ ດອນໃຫມ່ ເມືອງແລະແຂວງ ໄຊຍະບູລີ ຕິດອານຸສາວະລີແຂວງ.ໂທສາຍດ່ວນ: 1624 ເບີມືຖື:02077577331 ຮັບໃຊ້ຟຣີ 24 ຊົ່ວໂມງ

Leave a Reply

Your email address will not be published. Required fields are marked *

Back to top button