ແມ່ໃຈມານເກີດລູກແລ້ວເອົາລູກໄປຖິ້ມ
ແມ່ໃຈມານເກີດລູກແລ້ວເອົາລູກໄປຖິ້ມ
___
ໃນວັນທີ 4/9/2023 ເວລາ 17:30 ນາທີ,ໜ່ວຍກູ້ໄພ ໄດ້ຮັບແຈ້ງເຫດຈາກປະຊາຊົນ ວ່າພົບເຫັນເດັກແລກເກີດບໍ່ຮູ້ພໍ່ແມ່ໄດ້ປະໄວ້ໜ້າບ້ານຂອງປະຊາຊົນ ຢູ່ໜ້າໂຮງຮຽນວິຊາຊີບ ບ້ານນາພອກ ເມືອງໄຊເສດຖາ ແຂວງອັດຕະປື.
ເມື່ອໜ່ວຍກູ້ໄພໄປເຖິງສະຖານທີ່ທີ່ແຈ້ງເຫດໄດ້ພົບເຫັນເດັກ 1 ຄົນ ເພດຍິງ ອາການເດັກແຂງແຮງດີ ຕອນນີ້ເດັກຢູ່ໂຮງໜໍແຂວງອັດຕະປື.